ພຣະຕຣີມູຣະຕິ ເທບພະເຈົ້າແຫ່ງຄວາມຮັກ

ລານເທວະຮູບຂອງພຣະຕຣີມູຣະຕິຫນ້າເຊັນທັລເວີຣດ

ພຣະຕຣີມູຣະຕິ ເທບພະເຈົ້າແຫ່ງຄວາມຮັກ
ແປບົດຄວາມຈາກ: https://mgronline.com/travel/detail/9630000016641
ຖ້າທ່ານຕ້ອງການອ່ານເປັນພາສາໄທຄລິກຕາມລິ້ງໄດ້ເລີຍ.

ກ່ອນອື່ນຫມົດເຮົາມາຮູ້ຈັກປະຫວັດຄວາມເປັນມາຂອງພຣະຕຣີມູຣະຕິກ່ອນໄປໄຫວ້ຂໍພອນເພິ່ນ.

“ພຣະຕຣີມູຣະຕິ”ເປັນເທບພະເຈົ້າຂອງສາສະຫນາຮິນດູ. ມີປະຫວັດກ່າວໄວ້ວ່າພຣະຕຣີມູຣະຕິ( ພຣະຕັດຕະເຕຣຍະ) ເປັນຮູບຫນຶ່ງຂອງພະວິສະນຸ(ພະນາຣາຍ) ທີ່ລວມເທບທັງສາມໄວ້ໃນອົງດຽວກັນມີສຽນສາມສຽນ( ຫົວ)ແທນພະພົມ,ພະພິສະນຸ ແລະ ພະຊີວະ ມີໂຕຫມາ ສີ່ໂຕຕິດຕາມ, ໂຕຫມາເປັນຕົວແທນພະເວດທັງສີ່ແລະມີແມ່ງົວສັກສິດຕິດຕາມມານຳ1 ໂຕປຽປສະເໝືອນເປັນການລວມພະລັງຂອງເທບພະເຈົ້າທັງສາມໄດ້ແກ່: ພະພົມ,ພະອິສວນ(ພະສິວະ)ແລະພະວິສະນຸ(ພະນາຣາຍ)ໄວ້ໃນຮ່າງດຽວ. ອາວຸດແລະພາຫະນະທີ່ປາກົດໃນຮູບແມ່ນອາວຸດແລະພາຫະນະປະຈຳອົງເທບພະເຈົ້າທັງສາມນັ້ນເອງ.

ຄົນສ່ວນໃຫຍ່ເຊື່ອກັນວ່າ”ພຣະຕຣີມູຣະຕິ” ມີຄວາມໝາຍສະແດງເຖິງຄວາມອຸດົມສົມບູນທັງຊີວິດຄວາມຮັກແລະການງານຄວາມສັດທາທີ່ມີຕໍ່ພະອົງໄດ້ສືບທອດຜ່ານກັນມາຫລາຍຍຸກຫລາຍສະໄຫມຈົນຮັບການເທີດທູນຈົນກາຍເປັນສັນຍາລັກໃຫມ່ຂອງການປະທານຄວາມຮັກຄວາມສົມຫວັງແກ່ມວນມະນຸດໃນທຸກວັນນີ້.

ໃນປະເທດໄທເຊື່ອກັນວ່າພຣະຕຣີມູຣະຕິຄືເທພາລັກຂອງວັງເພັດສະບູນ(ປະຈຸບັນຄືຫ້າງເຊັນທັລເວີຣ)ມີເລື່ອງຊ່າລືເຖິງຄວາມສັກສິດຂອງພຣະຕຣີມູລະຕິວ່າໃນສະໄຫມສົງຄາມໂລກຄັ້ງທີສອງວັງເພັດສະບູນໄດ້ລອດພົ້ນຈາກຄວາມເສຍຂອງສົງຄາມໄດ້ຢ່າງປະຕິຫານທັງໆທີ່ຊ່ວງເວລານັ້ນໄດ້ມີການຖິ້ມລະເບີດລົງກຸງເທບ ແລະລະເບີດຫລາຍລູກຕົກມາບໍລິເວນວັງ ແຕ່ປາກົດວ່າລະເບີດບໍ່ແຕກແລະບໍ່ໄດ້ສ້າງຄວາມເສຍຫາຍໃດໆໃຫ້ແກ່ວັງເພັດສະບູນເລີຍ.

ປະຈຸບັນເທວະຮູບຂອງພຣະຕຣີມູຣະຕິຕັ້ງຢູ່ບໍລິເວນລານຫນ້າເຊັນທັລເວີຣດ ເບື້ອງອີຊິຕັນເຊິ່ງມີຜູ້ຄົນມາກຣາບໄຫວ້ຢ່າງຫລວງຫລາຍໃນແຕ່ລະມື້ ມີທັງຂໍໃຫ້ຄວາມຮັກຫມັ້ນຍືນຫລືຂໍໃຫ້ປະສົບຄວາມສຳເລັດໃນຄວາມຮັກສຳລັບເລີກງາມຍາມດີເຫມາະສຳລັບກຣາບໄຫວ້ຂໍພອນຈາກເພິ່ນແມ່ນວັນພະຫັດເວລາ 9:30 ເຊົ້າ ແລະ 21:30 ຄຳ່

ການບູຊານັ້ນຈະໃຊ້ດອກກຸຫລາບສີແດງ 9 ດອກເຊິ່ງເປັນສັນຍາລັກແຫ່ງຄວາມຮັກຫລືເປັນສັນຍາລັກຂອງໂລກີຍະຄວາມເປັນມຸງຄຸນແລະພະລັງຊີວິດ. ນອກຈາກນີ້ຍັງມີທູບສີແດງຈຳນວນ 9 ດອກຫລືຈະເປັນພວງມາໄລດອກກຸຫລາບ 1 ພວງກໍ່ໄດ້ ທຽນສີແດງ 1 ເລ່ມຫລືເປັນຄູ່ກໍ່ໄດ້. ຖ້າເປັນຄູ່ຈະຕ້ອງເອົາແນບເຂົ້າກັນຢ່າງເພື່ອຄວາມແຫນ້ນແຟ້ນໃນຊີວິດຄວາມຮັກ
ແຕ່ຫາກໃຜທີ່ຍັງບໍ່ມີຄູ່ກໍ່ຈະສື່ຄວາມຫມາຍໃຫ້ບໍ່ໂດດດ່ຽວແລະໃຫ້ມີຄູ່ໂດຍໄວ. ສ່ວນຫມາກໄມ້ແມ່ນນະນົມຖວາຍເປັນຫມາກພ້າວ,ນ້ຳອ້ອຍແລະນົມສົດຫລືຂອງຫວານແບບໃດກໍ່ໄດ້ແຕ່ຫ້າມເດັດຂາດຄືອາຫານຄາວທັງຫລາຍແລະສຳຄັນທີ່ສຸດເວລາຂໍພອນໃຫ້ເຮົາມີຈິດໃຈແນ່ວແນ່ມີສະມາທິໃນການອະທິຖານຂໍພອນຈາກເພິ່ນຈຶ່ງຈະສຳເລັດຜົນ.

ຫມາຍເຫດ: ການເຜີຍແຜ່ບົດຄວາມນີ້ແມ່ນຄວາມເຊື່ອສ່ວນບຸກຄົນຂໍໃຫ້ໃຊ້ວິຈາລະນະຍານໃນການອ່ານ.

ແປໂດຍ:ແມ່ຄ້າphoneeeshop

Leave a comment